ມີຫຍັງໃໝ່ໃນ ArcGIS Online ປີ 2023

ArcGIS Online ແມ່ນ web GIS ທີ່ເປີດໃຫ້ຜູ້ໃຊ້ງານໄດ້ເຮັດຄວາມເຂົ້າໃຈໂລກອ້ອມຕົວເຮົາ ຜ່ານການໃຊ້ງານແຜນທີ່ເທິງເວັບແບບ interactive ເພື່ອເຊື່ອມຕໍ່ຜູ້ຄົນ ສະຖານທີ່ ແລະຂໍ້ມູນ ເຂົ້າດ້ວຍກັນ ເທິງ ArcGIS Online ມີທັງ styles ແລະເຄື່ອງມືການວິເຄາະເພື່ອການເຮັດ location intelligence ທ່ານສາມາດໃຊ້ງານໂຊລູຊັ່ນແບບ cloud-based ໄດ້ຢ່າງເຕັມຮູບແບບ ຫຼືໃຊ້ງານຮ່ວມກັບ ArcGIS Pro บน Desktop ເພື່ອຂະຫຍາຍຂີດຄວາມສາມາດໄປອີກຂັ້ນ 

ໃນຮອບອັບເດດປະຈຳເດືອນ ກຸມພາ ປີ 2023 ນີ້ ມີຟັງຊັ່ນໃໝ່ ໆ ໃນ Map Viewer ມາກມາຍໄດ້ ແກ່ spatial analysis tools ລວມເຖິງການຍົກລະດັບຄວາມສາມາດອື່ນ ໆ ໃນໜ້າເວັບຂອງ ArcGIS Online ເຮົາໄດ້ລວບລວມເລື່ອງເດັ່ນມາ ດັ່ງນີ້ 

Map Viewer

Map Viewer ແມ່ນຊ່ອງທາງທີ່ດີທີ່ສຸດໃນການສ້າງ ແກ້ໄຂ ແລະຮຽກເບິ່ງ web map ເທິງ ArcGIS Online 

ໃນການອັບເດດຄັ້ງນີ້ Map Viewer ມີເຄື່ອງມືການວິເຄາະທີ່ກ່ອນນີ້ມີໃຫ້ໃຊ້ງານໄດ້ແຕ່ເທິງ Map Viewer ແລະຍັງມີເຄື່ອງມືທີ່ເພີ່ມມາໃໝ່ສະເພາະເທິງ Map Viewer ດ້ວຍ 

 

ArcGIS Image for ArcGIS Online

ແມ່ນ SaaS extension ເຊິ່ງເປັນສ່ວນເສີມເທິງ ArcGIS Online ໃຊ້ສຳລັບ host ຂໍ້ມູນຮູບພາບ (imagery) visualize ວິເຄາະ ແລະເຜີຍແພ່ຂໍ້ມູນຮູບພາບ ໃນອັບເດດຄັ້ງນີ້ ໄດ້ມີການເພີ່ມເຄື່ອງມືການວິເຄາະຂໍ້ມູນ raster ເຂົ້າມາໃໝ່ຈຳນວນ 24 ເຄື່ອງມື

Media layer 

ສາມາດເພີ່ມເລເຍີທີ່ເປັນຮູບພາບ ເພື່ອປະກອບໃນ web map ໄດ້ ປະເພດໄຟລ໌ທີ່ຮອງຮັບຄື .jpg ແລະ .png ອີກທັງສາມາດຍ້າຍຕຳແໜ່ງ ແລະໝຸນຮູບພາບໄດ້ຕາມຕ້ອງການ 

Upload Image symbols 

ຜູ້ໃຊ້ງານສາມາດອັບໂຫຼດໄຟລ໌ຮູບພາບປະເພດ .gif, .jpg, ແລະ .png ເພື່ອໃຊ້ສັນຍາລັກ (symbols) ເທິງ web map ໄດ້ແລ້ວ ສາມາດນຳໃຊ້ໄດ້ເທິງເລເຍີປົກກະຕິ ຫຼື sketch layer ກໍ່ໄດ້ 

 

ArcGIS Instant Apps

ArcGIS Instant Apps ແມ່ນ web mapping application ມີເຄື່ອງມືສຳລັບການສ້າງ apps ໄດ້ຢ່າງວ່ອງໄວ ແລະງ່າຍດາຍ ດ້ວຍການໃຊ້ express ຫຼື full setup modes ແລະ templates ສຳລັບການເລີ່ມຕົ້ນສ້າງແອັບ ສາມາດຄົ້ນຫາໄດ້ງ່າຍ ໆ ໃນໜ້າ home page ຂອງ Instant Apps 

ໃນອັບເດດນີ້ ມີການເພີ່ມຟັງຊັ່ນໃນການເອົາເມົ້າມາວາງຄ້າງໄວ້ເທິງເຄື່ອງໝາຍຕ່າງ ໆ ໃນແອັບ ເພື່ອເບິ່ງຂໍ້ມູນໃໝ່ ໆ ກ່ຽວກັບແອັບພິເຄຊັ່ນ 

 

ArcGIS Experience Builder 

ແມ່ນ web mapping application ສຳລັບການສ້າງ web app ທີ່ເປັນ mapcentric ຫຼື non-mapcentric ຫຼືສ້າງໜ້າ web page ໂດຍບໍ່ຈຳເປັນຕ້ອງຂຽນໂຄ້ດ ເພື່ອເຂົ້າເຖິງກຸ່ມເປົ້າໝາຍຂອງທ່ານດ້ວຍປະສົບການ ໃຊ້ງານເວັບຜ່ານທາງໜ້າຈໍຂະໜາດໃດກໍ່ໄດ້ ທ່ານສາມາດເລີ່ມສ້າງແອັບພິເຄຊັ່ນເອງທັງໝົດ ຫຼືໃຊ້ template ສຳເລັດຮູບທີ່ມີກຽມໄວ້ໃຫ້ແລ້ວໄດ້ຕາມວັດຖຸປະສົງທີ່ທ່ານຕ້ອງການ 

Widget ໃໝ່ທີ່ເພີ່ມເຂົ້າມາໃນອັບເດດຄັ້ງນີ້ 

  • add data sources to an app at runtime 
  • Business Analyst widget 
  • Histogram charts 
  • 3D slice tool 

ຖ້າສົນໃຈອ່ານຂໍ້ມູນແລະລາຍລະອຽດເພີ່ມຕື່ມກ່ຽວກັບການອັບເດດຄັ້ງນີ້ ສາມາດເບິ່ງໄດ້ໃນ 

 https://doc.arcgis.com/en/arcgis-online/reference/whats-new.htm  ຫຼືເບິ່ງວິດີໂອແນະນຳໄດ້ຢູ່ບ່ອນນີ່ https://mediaspace.esri.com/media/t/1_ks4mcel6

 

 


 

ค้นหาศักยภาพของเทคโนโลยี GIS กับการประยุกต์ใช้ในอุตสาหกรรมอื่นๆ เพิ่มเติม

 

อ่านเพิ่มเติม